|
ປະກາດຮັບສະໝັກ
ບໍລິສັດ
ອັກຄະຣະ ຣາຊັນ ຂາອອກ-ຂາເຂົ້າ ຈຳກັດ (ຜູ້ດຽວ),
ຕົວແທນຈຳໜ່າຍຜະລິດຕະພັນ ຄອນເກດ-ປາມໂອລີຟ ໃນ ສປປ ລາວ ແຕ່ພຽງຜູ້ດຽວ,
ມີຄວາມຕ້ອງການພະນັກດັ່ງນີ້:
1.
ພະນັກງານຂາຍ (ດ່ວນ) ຊາຍ-ຍິງ ມີບຸກຂະລິກດີ, ມະນຸດສຳພັນດີ ແລະ
ຮັກໃນການຂາຍ
2.
ພະນັກງານການຕະຫຼາດ ຊາຍ-ຍິງ, ມີບຸກຂະລິກດີ, ມະນຸດສຳພັນດີ
ອາຍຸລະຫວ່າງ 18-25 ປີ
3.
ພະນັກງານຈັດລຽງສິນຄ້າ ຊາຍ-ຍິງ ຕ້ອງມີມະນຸດສຳພັນດີ ແລະ
ມີຄວາມຄິດສ້າງສັນ
4. ແມ່ເຮືອນ
ຕ້ອງມີຄວາມດຸໝັ່ນອົດທົນ ແລະ ຊື່ສັດ ອາຍຸບໍ່ເກີນ 45 ປີ
5.
ພະນັກງານສາງ (ຊາຍ) ສຸຂະພາບແຂງແຮງ, ມີຄວາມອົດທົນ ດຸໝັ່ນ
ຖ້າຂັບລົດເປັນຈະພິຈາລະນາເປັນພິເສດ
6.
ພະນັກງານຫ້ອງການ ມີຄວາມຮູ້ດ້ານຄອມພິວເຕີ ພາສາອັງກິດພໍໃຊ້ໄດ້
ມີຄວາມຊື່ສັດ
7.
ພະນັກງານຂັບລົດ ຕ້ອງມີຄວາມດຸໝັ່ນອົດທົນ ແລະ ຊື່ສັດ ອາຍຸບໍ່ເກີນ
40 ປີ
ລາຍໄດ້ດີ,
ສະຫວັດດີການດີ, ສຳລັບພະນັກງານຂາຍມີເງິນຄອມມີຊັນໃຫ້ພ້ອມ
* ເອກະສານປະກອບ:
ຊີວະປະຫວັດ, ຮູບຖ່າຍ 3x4 2 ໃບ, ໃບຢັ້ງຢືນທີ່ຢູ່ (ບໍ່ເກີນ 3 ເດືອນ),
ບັດປະຈຳຕົວ ແລະ ສຳມະໂນຄົວ, ໃບແຈ້ງໂທດເລກທີ 3 (ບໍ່ເກີນ 3 ເດືອນ),
ໃບຢັ້ງຢືນການສຶກສາ, ໃບຜ່ານງານ (ຖ້າມີ), ໃບຂັບຂີ່, ໃບກວດສຸຂະພາບ
(ບໍ່ເກີນ 3 ເດືອນ), ທຸກຕຳແໜ່ງຕ້ອງມີຫຼັກຊັບຄ້ຳປະກັນ ແລະ
ຖ້າມີປະສົບການຈະຖືກພິຈາລະນາເປັນພິເສດ.
ສົນໃຈຕິດຕໍ່:
ຕັ້ງຢູ່ ບ້ານດົງປ່າແຫຼບ, ໜ່ວຍ 2, ຖະໜົນດົງປ່າແຫຼບ, ເມືອງຈັນທະບູລີ,
ນະຄອນຫຼວງວຽງຈັນ, ໂທ: 021 540 133, 021 243 019 (ໝາຍເຫດ: ເອກະສານທີ່ມາຍືນຖອນຄືນບໍ່ໄດ້)
* ຄັດຈາກ:
ໜັງສືພິມວຽງຈັນໃໝ່, ສະບັບວັນທີ 9-06-2009 |