|
ປະກາດຮັບສະໝັກ
ຫ້ອງການຄະນະກຳມະການຄຸ້ມຄອງ ແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນ
ສປປ ລາວ (ຄຄຊ) ຕ້ອງການຮັບສະໝັກພະນັກງານຄົນລາວທີ່ມີຄຸນວຸດທິ
ສຳລັບຕຳແໜ່ງ ພະນັກງານຂັບລົດ (Driver) 2 ຕຳແໜ່ງ:
*
ໜ້າທີ່ຄວາມຮັບຜິດຊອບ:
ຢູ່ພາຍໃຕ້ການຊີ້ນຳຂອງພະນັກງານຂັບລົດອາວຸໂສ, ຊຶ່ງມີໜ້າທີ່ ດັ່ງນີ້:
- ຂັບລົດຢ່າງມີປະສິດທິພາບ
- ບຳລຸງຮັກສາ ແລະ ກວດກາສະພາບທົ່ວໄປຂອງລົດລວມມີ ການທຳຄວາມສະອາດ,
ເຕີມນ້ຳມັນ ແລະອື່ນໆ
- ກວດກາສະພາບລົດປະຈຳທຸກໆວັນ ແລະ
ລາຍງານລົງໃສ່ໃບຕິດຕາມການແລ່ນລົດ
- ຮັບປະກັນຜູ້ໂດຍສານເດີນທາງດ້ວຍຄວາມປອດໄພ
- ຮັບປະກັນລົດທຸກຄັນຕ້ອງມີເອກະສານຄົບຖ້ວນ
- ກວດກາສະພາບວິທະຍຸສື່ສານເມື່ອມີການຮ້ອງຂໍ
- ຮັບປະກັນລົດທຸກຄັນຕ້ອງມີຄວາມປອດໄພ ແລະ
ອຸປະກອນປິ່ນປົວສຸກເສີນລວມທັງບັ້ງດັບເພິງ ແລະອື່ນໆ
- ປະຕິບັດໜ້າວຽກອື່ນໆ ຕາມການມອບໝາຍຂອງ ພະນັກງານຂັບລົດອາວຸໂສ
*
ຄຸນວຸດທິຜູ້ສະໝັກ
- ຕ້ອງມີໃບຂັບຂີ່ລົດໃຫຍ່ ຂອງ ສປປ ລາວ
- ຕ້ອງມີປະສົບການໃນການຂັບຂີ່ລົດຢ່າງໜ້ອຍ 3 ປີຂື້ນໄປ
- ສາມາດສ້ອມແປງລົດໄດ້ເລັກໜ້ອຍ
- ສາມາດເວົ້າພາສາອັງກິດໄດ້ເລັກໜ້ອຍ
- ສາມາດເຮັດວຽກຮ່ວມກັບຫຼາຍຄົນ ແລະ ຕ່າງສາດສະໜາ
- ສາມາດເຮັດວຽກໄດ້ທັນການຕາມການມອບໝາຍ
ກະລຸນາສົ່ງຊີວະປະຫວັດ ແລະ ໃບສະໝັກງານ
ຕາມທີ່ຢູ່ຂ້າງລຸ່ມນີ້ບໍ່ໃຫ້ກາຍວັນທີ 13-03-2009
ອີເມລ:
thipphachanh@etllao.com , ຫ້ອງການ ຄຄຊ, ຖະໜົນສີສະຫວາດໃຕ້,
ຕູ້ ປນ: 7261, ນະຄອນຫຼວງວຽງຈັນ, ເພີ່ມເຕີມສາມາດສອບຖາມໄດ້ໂທ:
021 244220, 244224
* ຄັດຈາກ:
ໜັງສືພິມວຽງຈັນໃໝ່, ສະບັບວັນທີ: 03-03-2009 |