|
ປະກາດຮັບສະໝັກ
Jiro
Computer ເປັນສູນຈຳໜ່າຍ ອຸປະກອນ IT ຄົບວົງຈອນ ເຊັ່ນ:
Computer Printer, Scanner, Photocopy, ອຸປະກອນ Network,
ຮັບຕິດຕັ້ງ network ແລະ ສ້ອມແປງ Computer ແລະ ອື່ນໆ
ມີຄວາມຕ້ອງການຮັບສະໝັກເພື່ອນ ຮ່ວມງານ ເນື່ອງຈາກວ່າທາງຮ້ານຈະມີການຂະຫຍາຍໂຊລູມໃໝ່
ເພື່ອເຂົ້າເຮັດວຽກໃນສາຂາໃໝ່ທີ່ກຳລັງຈະເປີດໃນໄວໆນີ້
ຕາມຕຳແໜ່ງດັ່ງລຸ່ມນີ້:
1/.
ຜູ້ຈັດການທົ່ວໄປ
- ອາຍຸ 25-35 ປີ
- ສາມາດເວົ້າພາສາອັງກິດໄດ້
- ມີມະນຸດສຳພັນດີ
- ມີປະສົບການຢ່າງໜ້ອຍ 1 ປີຂື້ນໄປ
- ມີພາຫະນະສ່ວນຕົວ
2/.
ກວດເຊັກ ແລະ ສ້ອມແປງຄອມພິວເຕີ (Technical Support) ຫຼາຍຕຳແໜ່ງ
- ລະດັບການສຶກສາຈົບປະລິນຍາຕີດ້ານ IT ຫຼື ທຽບເທົ່າ
- ສາມາດຕິດຕັ້ງ Software ແລະ ສ້ອມແປງຄອມພິວເຕີ
- ມີຄວາມຮູ້ດ້ານ Network
- ມີຄວາມຫ້າວຫັນໃນວຽກງານ, ມີມະນຸດສຳພັນດີ,
ສາມາດເຮັດວຽກດ້ວຍຕົນເອງ ແລະ ເປັນທີມໄດ້
- ມີຄວາມຮູ້ໃນດ້ານພາສາອັງກິດ ຍິ່ງເປັນການດີ,
ມີລົດທຽວການສ່ວນຕົວ, ມີປະສົບການຢ່າງໜ້າຍ 2 ປີ
- ສາມາດເຮັດວຽກແຕ່ 8 AM - 6 PM
3/.
ພະນັກງານຝ່າຍຂາຍ ແລະ ການຕະຫຼາດ (Marketing / Sale Executive)
ຫຼາຍຕຳແໜ່ງ
- ລະດັບການສຶກສາຈົບຊັ້ນສູງ ຫຼື ປະລິນຍາຕີ ດ້ານ Marketing /
Business Admin
- ສາມາດນຳໃຊ້ຄອມພິວເຕີ: Word, Excel, Internet
- ມີທັກສະໃນການສົນທະນາກັບລູກຄ້າເວົ້າພາສາອັງກິດໄດ້ຍິ່ງດີ
- ມີຄວາມຫ້າວຫັນໃນວຽກງານ, ມີມະນຸດສຳພັນດີ,
ສາມາດເຮັດວຽກດ້ວຍຕົນເອງ ແລະ ເປັນທີມໄດ້, ມີພອນສະຫວັນໃນການເວົ້າ
4/. ເລຂານຸການ
(Secretary) 1 ຕຳແໜ່ງ
- ສາມາດນຳໃຊ້ Computer ເປັນຢ່າງດີ ເຊັ່ນ: Word, Excel,
outlook, internet
- ຄ່ອງແຄ້ວດ້ານການຂຽນຈົດໝາຍ ແລະ ວຽກງານດ້ານ ເລຂານຸການ
- ພາສາອັງກິດແມ່ນລະດັບປານກາງ ຫາ ດີ (ຂຽນຈົດໝາຍ, ແປງເອກະສານໄດ້,
ສົນທະນາໄດ້) ຮູ້ຈັດການລຽງເອກະສານ
5/.
ບັນຊີການເງິນ 1 ຕຳແໜ່ງ
- ຮຽນຈົບ ບັນຊີ ການເງິນໂດຍສະເພາະ
- ມີປະສົບການມາກ່ອນຢ່າງໜ້ອຍ 3 ປີ
- ມີຄວາມຊື່ສັດ ແລະ ມີຄວາມຮັບຜິດຊອບຕໍ່ວຽກງານ
- ຮູ້ນຳໃຊ້ Computer, Word, Excel, ລົງບັນຊີ
ຜູ້ໃດທີ່ໄດ້ຮັບຄັດເລືອກຈະໄດ້ຮັບການສົມມະນາຕອບແທນຢ່າງງາມ ແລະ ເໝາະສົມຕາມຄວາມສາມາດ
ຈຶ່ງເຊື້ອເຊີນ ທ່ານທີ່ສົນໃຈມາສະໝັກໃຫ້ສົ່ງຊີວະປະຫວັດຫຍໍ້
ພ້ອມດ້ວຍຮູບຖ່າຍຂະໜາດ 3 x 4 ຈຳນວນ 1 ໃບ, Copy ບັດປະຊາຊົນ ແລ້ວສົ່ງມາທີ່:
ຈິໂລ ຄອມພິວເຕີ Tel: 021 453 444, 453 666. |