ຮັບສະໝັກດ່ວນ...!

    ຢູນິລີເວີ ເປັນຜູ້ນຳໃນໝູ່ບໍລິສັດ ສະໜອງເຄື່ອງອຸປະໂພກ - ບໍລິໂພກທີ່ມີຊື່ສຽງຫຼາຍຍີ່ຫໍ້ໃນທົ່ວໂລກ ເຊິ່ງມີການກຳເນີດ ທຸລະກິດຢູ່ຫຼາຍກວ່າ 150 ປະເທດທົ່ວໂລກ. ຢູນິລີເວີ ໄດ້ຮັບການສ້າງຕັ້ງຂື້ນໃນປີ 1930 ມາເຖິງປັດຈຸບັນຢູນິລີເວີ ມີພະນັກງານທັງໝົດຫຼາຍກວ່າ 174,000 ຄົນໃນທົ່ວໂລກ. ຢູນິລີເວີ ເປັນຜູ້ບຸກເບີກຕະຫຼາດສິນຄ້າອຸປະໂພກ-ບໍລິໂພກ ໃນຂົງເຂດປະເທດ ອິນໂດຈີນ ລວມທັງ ສປປ ລາວ ປັດຈຸບັນພວກເຮົາກຳລັງຂະຫຍາຍທຸລະກິດຢ່າງຕັ້ງໜ້າ, ສະນັ້ນ,​ ຫ້ອງການຜູ້ຕາງໜ້າ ບໍລິສັດ ຢູນິລີເວີ ປະຈຳລາວຈຶ່ງຕ້ອງການເພື່ອນຮ່ວມງານທີ່ມີພອນສະຫວັນ, ມີຄວາມກະຕືລືລົ້ນ ໃນການພັດທະນາຕົວເອງ ໃນຫົວໜ່ວຍທຸລະກິດທີ່ມີຄວາມກ້າວໜ້າທາງທຸລະກິດທີ່ໝັ້ນຄົງ,​ ເງິນເດືອນ ແລະສະຫວັດດີການດີ.

ພະນັກງານ ບໍລິຫານຕົວແທນຈຳໜ່ວຍ (2 ຕຳແໜ່ງ)

- ມີປະສົບການດ້ານການຂາຍ ຢ່າງໜ້ອຍ 2 ປີຂື້ນໄປ
- ສາມາດເຮັດວຽກຢູ່ຕ່າງແຂວງໄດ້.

* ເງື່ອນໄຂທົ່ວໄປ:

- ສັນຊາດລາວ, ອາຍຸລະຫວ່າງ 22-30 ປີ/ເພດຊາຍ
- ລະດັບການສຶກສາ ປະລິນຍາຕີຂື້ນໄປ ສາຂາບໍລິຫານທຸລະກິດ, ການຕະຫຼາດ, ເສດຖະສາດ ຫຼືສາຂາທີ່ກ່ຽວຂ້ອງ
- ສາມາດໃຊ້ຄອມພິວເຕີໄດ້ (Word, Excel, PowerPoint, E-mail)
- ມີຄວາມຮູ້ພາສາອັງກິດ (ສາມາດເວົ້າ ແລະຂຽນ)
- ມີມະນຸດສຳພັນດີ, ມີພອນສະຫວັນໃນການນຳສະເໜີ ແລະການສື່ສານ
- ມັກຄວາມເປັນອິດສະຫລະທາງຄວາມຄິດ ແລະສາມາດເຮັດວຽກເປັນໝູ່ຄະນະ

ຜູ້ຈັດການຝຶກຫັດ (2 ຕຳແໜ່ງ)

- ສັນຊາດລາວ, ອາຍຸລະຫວ່າງ 22-28 ປີ (ບໍ່ຈຳກັດເພດ)
- ວຸດທິການສຶກສາປະລິນຍາຕີ ສາຂາເສດຖະສາດ-ບໍລິຫານທຸລະກິດ ຫຼືປະລິນຍາໂທ ສາຂາໃດກໍ່ໄດ້ (ໂທສາຂາເສດຖະສາດ- ບໍລິຫານທຸລະກິດຈະພິຈາລະນາເປັນພິເສດ)
- ບໍ່ຈຳເປັນຕ້ອງມີປະສົບການ, ນັກສຶກສາປະລິນຍາໂທ ທີ່ຈົບໃໝ່ ຫຼືໃກ້ຈະຈົບສາມາດສະໝັກໄດ້
- ສາມາດເວົ້າ, ຂຽນພາສາອັງກິດ ແລະຄອມພິວເຕີໄດ້ເປັນຢ່າງດີ

* ສົນໃຈກະລຸນາສົ່ງ CV ພ້ອມດ້ວຍຮູບຖ່ານ ທາງ E-mail: bounthieng.lattanavong@unilever.com ຫຼືສົ່ງມາທີ່: ຫ້ອງການຜູ້ຕາງໜ້າ ບໍລິສັດ ຢູນິລີເວີ ໄທເທຣດດິງ ຈຳກັດ, ບ້ານ ສີສະຫວາດໃຕ້, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ (ຕໍ່ໜ້າໂຮງຮຽນ ມັດທະຍົມຕອນປາຍ ຈັນທະບູລີ), ຕູ້ ປນ 9435,​ ໂທ: 021-219668, Fax: 021-219612,
020-552 7415 (Bounthieng) and 020-222 5724 (Manila)

ປິດຮັບສະໝັກ: ວັນທີ 28 ກຸມພາ 2010 ຂໍ້ມູນເພີ່ມເຕີມທີ່ນີ້: www.unilever.com ຫຼື www.unilever.co.th

2003-2010 © ສະຫງວນລິຂະສິດ, ມະຫາສານ.ຄອມ
ຕິດຕໍ່ພົວພັນ ຫລື ສອບຖາມເພີ່ມເຕີມ
ໂທ: 021-263563, ແຟັກ: 021 263564